ຂ່າວສານ

ກອງປະຊຸມສຳມະນາ ກ່ຽວກັບ ການເຂົ້າເຖິງ ຂໍ້ມູນເຕັກໂນໂລຊີ ແລະ ນະວັດຕະກຳ ແລະ ການນຳໃຊ້ນະວັດຕະກຳ ເຂົ້າສູ່ການຜະລິດ ແລະ ການບໍລິການ


altກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ຮ່ວມກັບ ອົງການຊັບສິນ ທາງປັນ
ຍາໂລກ ຈັດກອງປະຊຸມສຳມະນາ ກ່ຽວກັບການເຂົ້າເຖິງຂໍ້ມູນເຕັກໂນໂລຊີ ແລະ ນະວັດຕະກຳ ແລະ ການນຳ ໃຊ້ນະວັດຕະກຳເຂົ້າສູ່ການຜະລິດ ແລະ ການບໍລິການ ຂຶ້ນໃນຕອນແລ້ງວັນທີ 26 ເມສາ 2017 ທີ່ຫ້ອງປະ ຊຸມສູນການຄ້າລາວ-ໄອເຕັກ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ, ຫົວໜ້າ ກົມຊັບສິນທາງປັນຍາ, ກວຕ ແລະ ທ່ານ ອາເລຮານໂດຣ ໂຣກາ ກາມປານາ (Mr Alejandro Roca Campana), ຫົວໜ້າພະແນກການເຂົ້າເຖິງແຫຼ່ງຄວາມຮູ້ ແລະ ຂໍ້ມູນຂ່າວສານ, ອົງການຊັບສິນທາງປັນຍາ ໂລກ.
ຈຸດປະສົງຂອງການຈັດປອງປະຊຸມສຳມະນາໃນຄັ້ງນີ້ ແມ່ນເພື່ອເຜີຍແຜ່ ແລະ ສ້າງຈິດສຳນຶກ ກ່ຽວ ກັບຊັບສິນທາງປັນຍາ ແລະ ນະວັດກຳ ແລະ ເພື່ອເປັນການຍົກລະດັບຄວາມຮູ້ຄວາມສາມາດ ໃນການເຂົ້າ ເຖິງແຫຼ່ງຂໍ້ມູນທາງດ້ານສິດທິບັດໃຫ້ແກ່ປະຊາຊົນລາວ, ໂດຍສະເພາະ ໃຫ້ແກ່ບັນດາຂະແໜງການທີ່ກ່ຽວຂ້ອງກັບ ວຽກງານດັ່ງກ່າວ ໃຫ້ມີຄວາມເຂົ້າໃຈໃນການເຂົ້າເຖິງ ແຫຼ່ງຂໍ້ມູນກໍຄື ໃຫ້ຂະແໜງການຕ່າງໆທີ່ມີສັກກະຍະພາບໃນການນຳເອົາ ຂໍ້ມູນເຕັກໂນໂລຊີ ແລະ ນະວັດຕະກໍາ ເພື່ອນໍາມາໝູນໃຊ້ເຂົ້າໃນການຄົ້ນຄວ້າ ແລະ ພັດທະນາ ວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳ ພາຍໃນຂະແໜງການຂອງຕົນ ກໍຄື ການພັດທະນາເສດ ຖະກິດແຫ່ງຊາດ ໂດຍການນໍາໃຊ້ຂໍ້ມູນທີ່ມີຢູ່ໃນຖານຂໍ້ມູນ ດັ່ງກ່າວເຂົ້າໃນການຄົ້ນຄ້ວາ ແລະ ພັດທະນາ.
ໃນໂອກາດນີ້, ທ່ານ ປອ. ນາງ ຂັນລາວສີ ແກ້ວບຸນພັນ, ຫົວກົມຊັບສິນທາງປັນຍາ, ກວຕ, ໄດ້ໃຫ້ກຽດກ່າວເປີດກອງປະຊຸມ ວ່າ: ໃນທ່າມກາງງານມະ ຫາກໍາຊັບສິນທາງປັນຍາປີ 2017ແລະງານສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ 26 ເມສາປະຈຳປີ 2017 ທີ່ໄດ້ໝູນວຽນມາຮອດ 17 ປີທີ່ກໍາລັງມີຄວາມຟົດຟື້ນສປປ ລາວ ພ້ອມກັບບັນດາປະເທດສະມາຊິກ ຂອງອົງການຊັບສິນທາງປັນຍາໂລກ ໄດ້ຈັດການສະເຫຼີມສະຫຼອງວັນດັ່ງກ່າວ ພາຍໃຕ້ຄຳຂັວນ ທີ່ອົງການຊັບສິນທາງ ປັຍາໂລກວາງອອກວ່າ: “ນະວັດຕະກຳ ເຮັດໃຫ້ການດຳລົງຊີວິດດີຂືຶ້ນ (Innovation – Improving Lives)”ມາຮອດປັດຈຸບັນນີ້ຊຶ່ງເປັນທີ່ຍອມຮັບວ່າ ການຂະ ຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ເຮັດໃຫ້ ແຕ່ລະປະເທດມີການພັດທະນາ,ປະຊາຊົນຮັ່ງມີຜາສຸກ ແມ່ນສາມາດວັດແທກໄດ້ ຊຶ່ງສະແດງໃຫ້ເຫັນໄດ້ວ່າ ປະເທດ ໃດມີຊັບສິນທາງປັນຍາຫຼາຍເທົ່າໃດ ປະເທດນັ້ນຍິ່ງມີຄວາມຈະເລີນຫຼາຍເທົ່ານັ້ນໂດຍສະເພາະໃນປັດຈຸບັນ ທີ່ມີການແຂ່ງຂັນທາງດ້ານການຄ້າ ແລະ ການບໍລິການ ຢ່າງກວ້າງຂວາງໃນຕະຫຼາດໂລກ ແມ່ນບໍ່ສາມາດໃຊ້ນະໂຍບາຍລາຄາແຕ່ພຽງຢ່າງດຽວໄດ້ ຈຶ່ງມີຄວາມຈຳເປັນຕ້ອງນຳໃຊ້ລະບົບຊັບສິນທາງປັນຍາ ແລະ ນະວັດຕະກຳ ເຂົ້າຊ່ວຍ. ດັ່ງຄໍາຂວັນ ຂອງປີ 2017 ນີ້: “ນະວັດຕະກຳ ເຮັດໃຫ້ການດຳລົງຊີວິດດີຂຶ້ນ (Innovation – Improving Lives)” ຊຶ່ງເປັນການຊີ້ໃຫ້ເຫັນເຖິງບົດບາດ ແລະ ຄວາມສໍາຄັນ ຂອງຊັບສິນທາງປັນຍາ ໃນການຊຸກຍູ້ສົ່ງເສີມນະວັດຕະກຳ ແລະ ຫົວຄິດປະດິດແຕ່ງຊຶ່ງໃນປີນີ້ ໄດ້ມີການສຳຫຼວດພົບວ່າ ນະວັດຕະກຳ ແມ່ນເຮັດ ໃຫ້ຊີວິດ ຂອງເຮົາມີສຸຂະພາບດີຂຶ້ນປອດໄພຂຶ້ນ ແລະ ສະດວກສະບາຍຂຶ້ນນະວັດຕະກຳ ຖືເປັນເຄື່ອງມືສຳຄັນໃນການບໍລິຫານການປ່ຽນແປງ ໃນໂລກຍຸກເສດຖະ ກິດສ້າງສັນ ໂດຍມີເປົ້າໝາຍເພື່ອເຮັດໃຫ້ເກີດການສ້າງມູນຄ່າ ຈາກການນຳຄວາມຮູ້ ແລະ ເຕັກໂນໂລຊີ ໄປໃຊ້ເປັນຕົ້ນທຶນສຳຄັນ ທີ່ນຳໄປສູ່ການເກີດຊັບສິນທາງປັນຍາ ແລະ ເຕັກໂນໂລຊີ ໃນຮູບແບບຕ່າງໆ ເພື່ອໃຊ້ໃນການບໍລິຫານຈັດການ ຮ່ວມກັບການສ້າງຜະລິດຕະພາບ ອັນຈະນຳມາຊຶ່ງການເກີດທຸລະກິດໃໝ່ ທີ່ມີມູນຄ່າເພີ່ມ ແລະ ເຮັດໃຫ້ເກີດຄວາມຈະເລີນກ້າວໜ້າທັງພາກເສດຖະກິດ ແລະ ສັງຄົມຂອງປະເທດແບບກ້າວກະໂດດ ຊຶ່ງເວົ້າໄດ້ວ່າ ຖ້າມີການນຳເອົານະວັດຕະກຳມາໃຊ້ໃນອົງກອນ ໃນທາງໃດທາງໜຶ່ງແລ້ວ ບໍ່ວ່າຈະເປັນນະວັດຕະກຳທາງດ້ານສິນຄ້າ, ດ້ານຂະບວນການຜະລິດ, ດ້ານການໃຫ້ບໍລິການ, ດ້ານການຈັດການ ຫຼື ດ້ານການຕະຫຼາດ ລ້ວນ ແຕ່ຈະເຮັດໃຫ້ອົງກອນ ມີຄວາມເປັນໄປໄດ້ທີ່ຈະເກີດຄວາມສຳເລັດຕາມມາ.
ກອງປະຊຸມສຳມະນາໃນຄັ້ງນີ້ ຜູ້ເຂົ້າຮ່ວມຈະໄດ້ຮັບຟັງການເຜີຍແຜ່ ກ່ຽວກັບການເຂົ້າເຖິງຂໍ້ມູນເຕັກໂນໂລຊີ ແລະ ນະວັດຕະກໍາ; ນະວັດຕະກຳກັບການ ຂະຫຍາຍໂຕາງດ້ານເສດຖະກິດ. ນອກຈາກນີ້, ຜູ້ເຂົ້າຮ່ວມ ຍັງຈະໄດ້ຮັບຟັງກ່ຽວກັບການຈັດຕັ້ງປະຕິບັດການແກ້ໄຂຂໍ້ຂັດແຍ່ງ ກ່ຽວກັບຊັບສິນທາງປັນຍາ ທາງດ້ານ ບໍລິຫານແລະການຕ້ານກັບສິນຄ້າລະເມີດຊັບສິນທາງປັນຍາ ແລະ ຮັບຟັງການບັນຍາຍ ຈາກນັກວິທະຍາກອນທັງພາຍໃນ ແລະ ຕ່າງປະເທດທີ່ມີບົດຮຽນ ແລະ ປະສົບ ການມາແລ້ວ. ກອງປະຊຸມໃນຄັ້ງນີ້ ຈະຊ່ວຍໃຫ້ນັກສຳມະນາກອນມີຄວາມຮູ້ ແລະ ເຂົ້າໃຈ ກ່ຽວກັບວຽກງານຊັບສິນທາງປັນຍາ ແລະ ນະວັດຕະກຳໂດຍສະເພາະ ການເຂົ້າເຖິງແຫຼ່ງຂໍ້ມູນຕ່າງໆເພີ່ມຂຶ້ນເພື່ອນຳມາໝູນໃຊ້ເຂົ້າໃນວຽກງານຕົວຈິງຂອງຕົນ.
ເຂົ້າຮ່ວມການສຳມະນາເປັນເວລາເຄິ່ງວັນຄັ້ງນີ້ ມີບັນດາທ່ານສຳມະນາກອນທີ່ມາຈາກພາກລັດ,ສະຖາບັນການສຶກສາແລະພາກສ່ວນທີ່ກ່ຽວຂ້ອງ ຈຳນວນ 100 ກ່ວາຄົນ.
ຂ່າວ: ບາລະຄອນ ສຸວັນນະພາສີ

alt
alt
altaltalt
ຮູບພາບ: ພິພາວັນ ໄຊສົງຄາມ



















ສຶກສາຄວາມເປັນໄປໄດ້ ໃນການສ້າງສູນຄຸ້ມ ຄອງ-ບໍລິການຄວາມປອດໄພ ຂອງລະບົບໄອທີ



altເພື່ອເປັນການຮ່ວມມື ສຶກສາຄວາມເປັນໄປໄດ້ໃນ ການສ້າງສູນຄຸ້ມຄອງ ແລະ ການບໍລິການຄວາມ ປອດໄພ
ຂອງລະບົບເຕັກໂນໂລຊີຂໍ້ມູນຂ່າວສານ (IT-Cyber Security) ແລະ ມາດຕະຖານ ISO (IT Standard) ທາງດ້ານໄອທີ, ເພື່ອແນໃສ່ການຄົ້ນຄວ້າ ແລະ ພັດທະນາເຕັກນິກກ່ຽວກັບລະບົບ Cyber Security, ກວດ ກາ, ຢັ້ງຢືນລະບົບຄວາມປອດໄພຕາມມາດຕະຖານ ISO (IT Standard) ທາງດ້ານໄອທີ ແລະ ສ້າງລະບົບ ການທີ່ກ່ຽວຂ້ອງ, ພ້ອມທັງໃຫ້ຄຳປຶກສາດ້ານການພັດທະນາພື້ນຖານໂຄງລ່າງ ລະບົບຄວາມປອດໄພ ເຕັກໂນໂລ ຊີ ຂໍ້ມູນຂ່າວສານ ແລະ ຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ວິຊາການລາວໃນຂົງເຂດດັ່ງກ່າວ.
ກົມເຕັກໂນໂລຊີຂໍ້ມູນຂ່າວສານ (ກຕຂ) ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ຮ່ວມກັບ ບໍລິສັດ ເຈເເອວເອັສ ໄອທີ ໂຊລູເຊີ້ນ ຈຳກັດຜູ້ດຽວ (JLS IT SOLUTION Co.,Ltd) ໄດ້ຈັດພິທີເຊັນບົດ ບັນທຶກຄວາມເຂົ້າໃຈວ່າດ້ວຍ ການສຶກສາຄວາມເປັນໄປໄດ້ໃນການສ້າງສູນຄຸ້ມຄອງ-ບໍລິການຄວາມປອດໄພ ຂອງລະບົບເຕັກໂນໂລຊີຂໍ້ມູນຂ່າວສານ (IT-Cyber Security) ແລະ ມາດຕະຖານ ISO (IT Standard)  ທາງດ້ານ IT ຂຶ້ນໃນວັນທີ 24 ເມສາ 2017 ທີ່ຫ້ອງ ປະຊຸມ ກວຕ.
ຮ່ວມລົງນາມໃນບົດບັນທຶກຄັ້ງນີ້ຕາງໜ້າ ກວຕ ແມ່ນ ທ່ານ ພິມພາ ອຸດທະຈັກຮັກສາການ ຫົວໜ້າກົມແຜນການ ແລະ ຮ່ວມມືແມ່ນ ແລະ ຝ່າຍບໍລິສັດ ແມ່ນ ທ່ານ ວົງພູທອນ ສີຈັນທະລາດ, ປະທານບໍລິສັດ ເຈເເອວເອັສ ໄອທີ ໂຊລູເຊີ້ນ ຈຳກັດຜູ້ດຽວ.
ພິທີລົງນາມດັ່ງກ່າວ ໄດ້ຮັບກຽດການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາລັດຖະມົນຕີ ກວຕພ້ອມດ້ວຍທ່ານຮອງ ລັດຖະມົນຕີຫົວໜ້າກົມສະຖາບັນ, ຮັກສາການຫົວໜ້າຫ້ອງການ ກວຕ ແລະ ພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍ 50 ກວ່າທ່ານ.

ຮູບພາບ ແລະ ຂ່າວ: ພິພາວັນ ໄຊສົງຄາມ
altaltaltaltaltalt